ปกเว็บคอมLAO scaled ການເສີມດັງເປີດ EMMA CLINIC
ปกเว็บมือถือLAO ການເສີມດັງເປີດ EMMA CLINIC

ລົງເລິກແບບຈັດເຕັມ ປັບໂຄງສ້າງດັງ

ເສີມດັງແບບໂອເພ່ນ by Emma Open Reconstruction

ຢາກດັງງາມແຕ່ດັງມີບັນຫາມາທາງນີ້!

Mask group

ເສີມດັງແບບໂອເພ່ນ

ປັບໂຄງສ້າງ ແກ້ໄດ້ຖືກຈຸດ ຕອບໂຈດທຸກບັນຫາ

Mask group 1 1 ການເສີມດັງເປີດ EMMA CLINIC

ສາວໆ ທີ່ຕ້ອງການເສີມດັງປອດໄພໃຫ້ມີຄວາມໂດ່ງ ປາຍດັງລະມຸນງາມເປັນຊົງຢົດນຳ້ Teardrop ແບບຊົງເກົາຫລີ ຫລື ເປັນຊົງສະໂລບປາຍພຸ່ງ ດັງງາມສຽບຄົມ ເບິ່ງອິນເຕີ ແຕ່ພື້ນຖານມີບັນຫາໂຄງສ້າງດັງ ດັງເນື້ອໜ້ອຍຫລາຍ ດັງໜາ ດັງຊົງໝາກຈຽງ ຖານກະດູກກວ້າງ ແກ້ດັງມາຫລາຍເທື່ອ ດັງລົ້ມ ດັງຊຸດ ລວມເຖິງ ພື້ນຖານໂຄງສ້າງດັງເດີມບໍ່ສາມາດ ເສີມດັງແບບເຕັກນິກ Close Rhinoplasty ໄດ້

ມື້ນີ້ Emma Clinic ມີເຕັກນິກພິເສດເພື່ອຕອບໂຈດເສີມດັງຜູ້ຊາຍ ແລະ ສາວໆ ທີ່ມີບັນຫາໂຄງສ້າງດັງແຕ່ຢາກໄດ້ດັງຊົງງາມຖືກໃຈ ແລະ ເຂົ້າກັບໃບໜ້ານັ້ນຄືການເສີມດັງແບບໂອເພ່ນ (Emma Open Reconstruction)  ບໍ່ວ່າສາວໆ ພື້ນຖານດັງຈະມີບັນຫາແບບໃດ Emma Clinic ກໍສາມາດເຮັດໃຫ້ດັງຂອງສາວໆທຸກຄົນງາມປັງໄດ້ແນ່ນອນ ໃນບົດຄວາມນີ້ Emma Clinic ໄດ້ຮວບຮວມຂໍ້ມູນການເສີມດັງແບບໂອເພ່ນແບບຄົບຖ້ວນຈັດເຕັມ ໃຫ້ສາວໆ ໄດ້ຮູ້ຈັກເຕັກນິກນີ້ກັນຫລາຍຂຶ້ນ ຕັ້ງແຕ່ເຮັດຄວາມຮູ້ຈັກການ ເຮັດດັງໂອເພ່ນແມ່ນຫຍັງ ການໃຊ້ເຕັກນິກເສີມດັງແບບໂອເພ່ນເໝາະກັບໃຜ ການກຽມຕົວ ແລະ ວິທີດູແລຫລັງຜ່າຕັດ ພ້ອມແລ້ວເລີ່ມເລີຍ!

ເນື້ອ​ໃນ​ທີ່​ສໍາ​ຄັນ​

เจาะลึก จมูกโอเพ่น ลาว 06 ການເສີມດັງເປີດ EMMA CLINIC

ຮູ້ຈັກໂຄງສ້າງດັງແຕ່ລະສ່ວນກ່ອນເຮັດດັງໂອເພ່ນ ປັບໂຄງສ້າງ

ຜະນັງກັ້ນດັງ

ເປັນຫົວໃຈສຳຄັນໃນການຢືດປາຍດັງ ແລະ ປັບໂຄງສ້າງດັງ ເພາະແພດຈະໃຊ້ກະດູກອ່ອນສ່ວນນີ້ ເອົາອອກມາປັບແຕ່ງເພື່ອໃຊ້ໃນການເປັນຖານເສົາຢືດປາຍດັງໃຫ້ພຸ່ງແທນ ການໃຊ້ຊິລິໂຄນໃນສ່ວນປາຍດັງ

ຈະເປັນກະດູກອ່ອນທີ່ນູນອອກມາຊ່ວງຕຳ່ກວ່າຫົວຕາເລັກນ້ອຍຂອງດັງທັງສອງຂ້າງ ແບບແນວກວ້າງ ຫາກເປັນຄົນທີ່ມີຖານດັງກວ້າງຈະເຮັດໃຫ້ດັງເບິ່ງຄືໃຫຍ່ໜາ ສາມາດແກ້ໄຂໄດ້ດ້ວຍການຜ່າຕັດ ປັບໂຄງສ້າງດັງ ເຊັ່ນການໃຊ້ເຕັກນິກຕອກຖານກໍຈະໄດ້ຜົນຮັບທີ່ດີເຊັ່ນກັນ

ເປັນກະດູກອ່ອນທີ່ເລີ່ມຕັ້ງແຕ່ລຸ່ມຫົວຄິ້ວເປັນສ່ວນທີ່ກຳນົດຄວາມໂດ່ງ ມິຕິຂອງໃບໜ້າທີ່ສຳຄັນຢ່າງທຳອິດໃນການເສີມດັງ

ເປັນກະດູກທີ່ນູນຂຶ້ນຊ່ວງສັນດັງ ຫລື ອາດຈະເຖິງຊ່ວງກາງຂອງດັງ ລັກສະນະນູນຄ້າຍຄືຫລັງໂຕອູດ ສາມາດມີໄດ້ທຸກຄົນ ແຕ່ຈະນູນຫລາຍ ຫລື ໜ້ອຍແລ້ວແຕ່ກຳມະພັນຂອງແຕ່ລະບຸກຄົນ

ບໍລິເວນປາຍດັງ ຖືວ່າເປັນສ່ວນສຳຄັນທີ່ສາມາດກຳນົດຊົງຂອງດັງ ເຊັ່ນ ປາຍພຸ່ງ ປາຍຢົດນຳ້

ຄືຊ່ວງສອງຂ້າງຂອງປາຍດັງ ປີກດັງທີ່ໜາໃຫຍ່ ຮູດັງກວ້າງ ແລະ ປີກດັງທີ່ປຶ່ງຫລາຍໆ ສາມາດແກ້ໄຂປີກດັງກວ້າງໃຫ້ນ້ອຍລົງ ດ້ວຍການປັບໂຄງສ້າງປາຍດັງ ຫລື ຕັດປີກດັງ ເພື່ອໃຫ້ຮູບຊົງຂອງດັງໄດ້ສັດສ່ວນສວຍງາມຫລາຍຍິ່ງຂຶ້ນ

group

ເສີມດັງແບບໂອເພ່ນແມ່ນຫຍັງ?

ເຮັດດັງໂອເພ່ນ ຫລື ເສີມດັງແບບເປີດ Open Rhinoplasty ເປັນການເປີດແຜຜ່າຕັດ ດ້ານໃນ ແລະ ດ້ານນອກ ບໍລິເວນຖານດັງ ໂດຍອາດຈະບໍ່ໄດ້ມີການເຂົ້າໄປປັບ ຫລື ແກ້ໄຂໂຄງສ້າງດັງກໍໄດ້ ຊຶ່ງການເປີດແຜແບບນີ້ຈະເຮັດໃຫ້ແພດເຫັນໂຄງສ້າງດັງພາຍໃນທັງໝົດໄດ້ຢ່າງຊັດເຈນ ຊຶ່ງຈະມີຮອຍແຜເປັນຂີດນ້ອຍໆ ບໍລິເວນທາງກາງດັງທາງດ້ານລຸ່ມ ສາວໆ ບໍ່ຕ້ອງຢ້ານເພາະຮອຍຂີດນ້ອຍໆ ນີ້ຈະຄ່ອຍໆຫາຍໄປ ຫລື ບໍ່ສາມາດເບິ່ງເຫັນໄດ້

group-1
Emma Reconstruction 04 ການເສີມດັງເປີດ EMMA CLINIC

ເສີມດັງເຕັກນິກ
Emma Open Reconstruction ແມ່ນຫຍັງ?

ເປັນການເສີມດັງເພື່ອປັບແກ້ໂຄງສ້າງ ແກ້ໄຂບັນຫາຂອງດັງໄດ້ຢ່າງຖືກຕ້ອງ ໂດຍສະເພາະການເສີມດັງໂອເພ່ນປັບໂຄງສ້າງSS Safe Structure ເຕັກນິກເສີມດັງຂັ້ນສູງ ສາມາດປັບແກ້ໄຂໂຄງສ້າງດັງ ແກ້ທຸກບັນຫາຂອງດັງໄດ້ຢ່າງຖືກຕ້ອງ ຖືກຈຸດ ອາດເປັນອີກທາງເລືອກໜຶ່ງສຳລັບຄົນທີ່ຢາກເສີມດັງ ນອກເໜືອຈາກການເສີມດັງເຕັກນິກ Closed ທີ່ເໝາະສຳລັບຄົນທີ່ຢາກໃຫ້ດັງເບິ່ງຄືໂດ່ງ ມີມິຕິຫລາຍຂຶ້ນ ແລະ ບັນຫາໂຄງສ້າງດັງມີພຽງແຕ່ເລັກນ້ອຍ

ການເປີດແຜແບບໂອເພ່ນ ເປັນການປັບແກ້ຈັດໂຄງສ້າງດັງໃໝ່ ການຜ່າຕັດເປີດໂຄງສ້າງດັງແບບນີ້ ຈະເຮັດໃຫ້ແພດເຫັນໂຄງສ້າງດັງພາຍໃນທັງໝົດໄດ້ຢ່າງຊັດເຈນ ແລະ ໃຊ້ເຕັກນິກປັບແຕ່ງແກ້ໄຂໂຄງສ້າງດັງຕ່າງໆໄດ້ທຸກບັນຫາ ເຊັ່ນ ສັນດັງຄົດ ໂໜກດັງໃຫຍ່ ດັງງຸ້ມ ປາຍດັງໃຫຍ່ ປາຍດັງສັ້ນ ແກ້ປາຍດັງບາງຈາກການເຮັດດັງແບບປິດ ແກ້ບັນຫາຈາກການເສີມດັງຜິດພາດ ໃຫ້ເປັນດັງທີ່ງາມແບບຊົງຢົດນຳ້ Teardrop By Emma ໄດ້

CONSULT WITH A DOCTOR OR BEAUTY CONSULTANT

CONSULT WITH A DOCTOR OR BEAUTY CONSULTANT.

088 559 4466 ການເສີມດັງເປີດ EMMA CLINIC
line ການເສີມດັງເປີດ EMMA CLINIC
facebook messenger ການເສີມດັງເປີດ EMMA CLINIC
เจาะลึก จมูกโอเพ่น ลาว 04 ການເສີມດັງເປີດ EMMA CLINIC

ວັດສະດຸທີ່ໃຊ້ໃນການເສີມດັງແບບ Open Reconstruction

1. ກະດູກອ່ອນຜະນັງກັ້ນດັງ

ຈຸດເດັ່ນ: ເປັນກະດູກອ່ອນທີ່ກັ້ນລະຫວ່າງແກນກາງຮູດັງທັງສອງສ່ວນໄວ້ ເພື່ອໃຫ້ມີໂຄງຢືດໝັ້ນຢູ່ໄດ້  ກະດູກອ່ອນແກນກາງດັງນີ້ສາມາດນຳມາເປັນຕົວເລືອກໃນການໃຊ້ຄືເສົາທີ່ເອົາມາຄຳ້ຢັນລະຫວ່າງໂຄງສ້າງດັງທັງສອງໃຫ້ສາມາດຢືດປາຍດັງພຸ່ງອອກມາແທນການໃຊ້ຊິລິໂຄນໄດ້

2.ກະດູກອ່ອນຫລັງຫູ

ຈຸດເດັ່ນ: ເປັນກະດູກອ່ອນທີ່ຜ່າຕັດ ນຳເອົາມາໃຊ້ງ່າຍ ສາມາດແຕ່ງປາຍດັງ ຢືດປາຍດັງເນື້ອໜ້ອຍໃຫ້ສວຍງາມ ປ້ອງກັນການທະລຸໄດ້ ຮ່າງກາຍຈະບໍ່ຕໍ່ຕ້ານເພາະເປັນເນື້ອເຍື່ອຂອງເຮົາເອງ

3.ກະດູກອ່ອນດູກຂ້າງ

ຈຸດເດັ່ນ: ເປັນກະດູກອ່ອນດູກຂ້າງຂອງຕົນເອງ ຊຶ່ງແພດຈະເຮັດການເປີດແຜລຸ່ມກ້ອງນົມ ຍາວປະມານ 2-3 ຊັງຕີເມັດ ເພື່ອຜ່າຕັດເຊາະເອົາກະດູກອ່ອນດູກຂ້າງທີ່ມີຄວາມແຂງແຮງອອກມາ ໃຊ້ຕົບແຕ່ງແກ້ໄຂໂຄງສ້າງດັງໄດ້ຜົນທີ່ດີ ເໝາະສຳລັບເຄສທີ່ເຄີຍແກ້ມາຫລາຍເທື່ອ ດັງເນື້ອໜ້ອຍ ຫລື ເຄສທີ່ມີບັນຫາໂຄງສ້າງດັງຫລາຍ

4.ເນື້ອເຍື່ອໄຂມັນ

ຈຸດເດັ່ນ: ເປັນເນື້ອເຍື່ອໄຂມັນຈາກຫລັງຫູ ຈຸດດຽວກັບທີ່ເອົາກະດູກອ່ອນຫລັງຫູອອກມາ ການນຳເນື້ອເຍື່ອໄຂມັນມາໃຊ້ປຽບເໝືອນການປູກຖ່າຍເນື້ອເຍື່ອຂອງຕົນເອງ ມີຄວາມນຸ່ມ ຢືດຍຸ່ນ ມີຄຸນສົມບັດທີ່ສາມາດຊ່ວຍເພີ່ມມິຕິ ເຮັດໃຫ້ປາຍດັງເບິ່ງຄືຫວານລະມຸນ ນຽນເປັນທຳມະຊາດ ແລະ ບໍ່ເຫັນຂອບຂອງກະດູກອ່ອນທີ່ຢູ່ບໍລິເວນປາຍດັງ

5.ກໍຣເທັກ (Gore-Tex

ຈຸດເດັ່ນ: ເປັນວັດສະດຸສັງເຄາະທີ່ໄດ້ຮັບການຍອມຮັບວ່າເປັນວັດສະດຸທີ່ປອດໄພ ເປັນທີ່ຮູ້ຈັກໃນການນຳມາໃຊ້ສຳລັບເຮັດເສັ້ນເລືອດທຽມມາດົນກວ່າ 50 ປີ ຊຶ່ງຈະເຮັດໃຫ້ຄວາມເປັນທຳມະຊາດສູງ ມີຄວາມກົມກືນເປັນສ່ວນໜຶ່ງຂອງຮ່າງກາຍ 

6.ເນື້ອເຍື່ອທຽມ

ຈຸດເດັ່ນ: ຜະລິດຈາກຄໍຣລາເຈນ ມີຄວາມໜານຸ່ມພິເສດ ໃກ້ຄຽງກັບເນື້ອເຍື່ອຂອງມະນຸດເຮົາຫລາຍທີ່ສຸດ ເຮັດໃຫ້ປາຍດັງເບິ່ງລະມຸນເປັນທຳມະຊາດ ໂດຍບໍ່ເກີດການຕໍ່ຕ້ານ ຫລື ອາການແພ້ຈາກຮ່າງກາຍ ໂດຍ Emma Clinic ເລືອກໃຊ້ ໃຊ້ເນື້ອເຍື່ອທຽມ “Megaderm” ທີ່ຜະລິດ ແລະ ໄດ້ຮັບຄວາມນິຍົມຈາກປະເທດເກົາຫລີ ອີກທັງມີ ອຍ. ໄທ ຮັບຮອງມາດຕະຖານອີກດ້ວຍ

ເຕັກນິກພິເສດທີ່ໃຊ້ໃນການປັບໂຄງສ້າງດັງ
Emma Open Reconstruction

เจาะลึก จมูกโอเพ่น ลาว 05 ການເສີມດັງເປີດ EMMA CLINIC

ເຕັກນິກຢືດຜະນັງກັ້ນດັງSS Safe Structure

ເປັນເຕັກນິກແກ້ໄຂ ປັບໂຄງສ້າງຢືດຜະນັງກັ້ນດັງ ປາຍປາສະຈາກຊິລິໂຄນ ເຮັດໃຫ້ປາຍດັງມີຄວາມລະມຸນນຽນເຂົ້າກັບໃບໜ້າເບິ່ງເປັນທຳມະຊາດ ແລະ ຊ່ວຍໃຫ້ຮູດັງເປັນວົງຣີຕັ້ງເປັນຮູບໄຂ່ງາມໂດຍບໍ່ຕ້ອງຕັດປີກດັງ

artweb1.remini enhanced ການເສີມດັງເປີດ EMMA CLINIC

2.ເຕັກນິກຕອກຖານດັງ

ເປັນເຕັກນິກທຸບ ຫລື ບີບກະດູກແກນດັງໃຫ້ນ້ອຍແຄບລົງໄດ້ເຕັມທີ່ ສາມາດຊ່ວຍໃຫ້ດັງໂດຍລວມເບິ່ງລຽວນ້ອຍ ສັນດັງຄົມຊັດ ມີມິຕິ ເໝາະສຳລັບສາວໆ ທີ່ມີບັນຫາ ຖານກະດູກໃຫຍ່ ກວ້າງ ຫລື ຖານກະດູກບໍ່ຊື່ ບ້ຽວ

Artwork2 ການເສີມດັງເປີດ EMMA CLINIC

3.ປັບຂະໜາດໂໜກ ຕະໄບໂໜກ

ໃນການຜ່າຕັດແກ້ໄຂ ປັບໂຄງສ້າງແບບ Emma Open Reconstruction ແພດຈະສາມາດເຂົ້າໄປຕອກ ແລະ ຕັດໂໜກອອກໄດ້ຫລາຍກວ່າການແກ້ໄຂດ້ວຍການຕະໄບໃນການເສີມດັງແບບ Closed ເໝາະກັບຜູ້ທີ່ມີໂໜກສູງ ແລະ ຖານໃຫຍ່ຊ່ວຍເຮັດໃຫ້ດັງລຽວນ້ອຍລົງ

4.ປັບຂະໜາດປາຍດັງ

ເປັນການຜ່າຕັດນຳເນື້ອພາຍໃນປາຍດັງບາງສ່ວນອອກ ເຮັດໃຫ້ປາຍດັງເບິ່ງນ້ອຍລົງ ສ່ວນບັນຫາກະດູກກວ້າງ ແພດຈະໃຊ້ວິທີຕັດເລັມກະດູກອ່ອນຮ່ວມກັບຈັດໂຄງສ້າງກະດູກອ່ອນປາ

ບັນຫາດັງແບບໃດ
ຄວນເສີມດັງແບບໂອເພ່ນ ປັບໂຄງສ້າງ ເຕັກນິກ
Emma Open Reconstruction

จันทร์ ການເສີມດັງເປີດ EMMA CLINIC

1. ດັງເນື້ອນ້ອຍຫລາຍ: ມີລັກສະນະດັງບໍ່ມີສັນ ແໝບ ສາມາດດຶງເນື້ອດັງໄດ້ນ້ອຍ ຫລື ບໍ່ໄດ້ເລີຍ ຊຶ່ງການเสริมจมูกเทคนิค Closed (ไปหน้า landing page closed) ແບບທຳມະດາອາດບໍ່ສາມາດຢືດດັງໃຫ້ເປັນຢົດນຳ້ງາມໄດ້ຕາມທີ່ຕ້ອງການ

ອ່ານລີວິວແບບເຕັມໆ : ຈົບບັນຫາດັງນ້ອຍ ດ້ວຍເຕັກນິກການເສີມດັງແບບໂອເພ່ນ ແບບເກົາຫຼີ

 

ซากุระ ການເສີມດັງເປີດ EMMA CLINIC

2. ປາຍດັງໃຫຍ່ໜາ ເນື້ອຫລາຍ: ລັກສະນະບໍລິເວນປາຍດັງມີຄວາມໜາ ເນື້ອຫລາຍ ປີກດັງເບິ່ງກວ້າງເກີນກວ່າຫົວຕາ ເຮັດໃຫ້ດັງເບິ່ງຄືໃຫຍ່ຄ້າຍຄືໝາກຈຽງ ເຮັດໃຫ້ໃບໜ້າເບິ່ງບໍ່ສົມສ່ວນ

ฝ้าย ການເສີມດັງເປີດ EMMA CLINIC

3. ຖານດັງໃຫຍ່ ກວ້າງ: ມີລັກສະນະເປັນຄື້ນກະດູກທີ່ນູນໃຫຍ່ຂຶ້ນບໍລິເວນສ່ວນເທິງດັງທັງສອງຂ້າງ ໃນແນວກວ້າງ 

ອ່ານລີວິວແບບເຕັມໆ: ເປີດການທົບທວນຄືນການແກ້ໄຂດັງ ກະດູກຂ້າງ ປາຍບໍ່ມີຊິລິໂຄນ

 

กีกี้ ການເສີມດັງເປີດ EMMA CLINIC

4. ດັງສັ້ນ ເຫິນ: ມີລັກສະນະດັງສັ້ນປາຍດັງເງີຍເຊີດ ເຫັນຮູດັງຊັດເຈນກວ່າປົກກະຕິຄ້າຍຄືດັງໝູ ເຮັດໃຫ້ໃບໜ້າຂາດມິຕິ

ອ່ານລີວິວແບບເຕັມໆ: ການຜ່າຕັດດັງ ການແກ້ໄຂບັນຫາຂອງສາຍແຂນຊິລິໂຄນ ມັນ​ໄດ້​ຖືກ​ບິດ​ເບືອນ​ສໍາ​ລັບ 10 ປີ​

 

เน็เน่ ການເສີມດັງເປີດ EMMA CLINIC

5. ດັງງຸ້ມ: ມີລັກສະນະປາຍດັງງຸ້ມ ຄົດລົງ ຄ້າຍຄືປາກນົກ ບາງຄົນອາດເອີ້ນວ່າດັງແມ່ມົດ 

ອ່ານລີວິວແບບເຕັມໆ: ການ​ແກ້​ໄຂ​ດັງ​ ວິ​ທີ​ການ​ບໍ່​ເຕັມ​ທີ່​ ວິ​ທີ​ການ​ເປີດ​ ວິ​ທີ​ການ​ປິດ​ແມ່ນ​ແຕກ​ຕ່າງ​ກັນ



 

บริ้ง ການເສີມດັງເປີດ EMMA CLINIC

6. ດັງມີໂໜກ: ມີລັກສະນະ ເປັນຄື້ນກະດູກທີ່ນູນໃຫຍ່ຂຶ້ນບໍລິເວນສັນດັງ ຈຳເປັນຕ້ອງແກ້ໄຂໂຄງສ້າງດັງ ເພື່ອຊ່ວຍຫລຸດລະດັບຄວາມນູນໃຫ້ສັນດັງເປັນຊົງສະໂລບງາມ

ອ່ານລີວິວແບບເຕັມໆ: ເປີດການທົບທວນຄືນການຜ່າຕັດດັງ ປ່ຽນດັງ parrot ຂອງເຈົ້າໃຫ້ງາມແລະອ່ອນ ແບບເກົາຫຼີ ແບບ Teardrop



 

ฟ้ามณี ການເສີມດັງເປີດ EMMA CLINIC

7. ດັງຄົດ ບ້ຽວອຽງ: ຊຶ່ງອາດຈະເກີດຈາກຮູບໜ້າເດີມຂອງຜູ້ກ່ຽວບໍ່ເທົ່າກັນ ຖານດັງເດີມບ້ຽວຢູ່ແລ້ວ ຊຶ່ງອາດເປັນຕັ້ງແຕ່ກຳເນີດ ເກີດຈາກອຸບັດຕິເຫດ ຫລື ເຄີຍເສີມດັງມາແຕ່ການວາງຊິລິໂຄນຜິດຕຳແໜ່ງ

ອ່ານລີວິວແບບເຕັມໆ: ເປີດການທົບທວນຄືນການຜ່າຕັດດັງ ປັບໂຄງສ້າງຂອງດັງທີ່ງໍ ອຽງດ້ວຍເຕັກນິກການຕັ້ງກະດູກປີກ ໃຫ້ປາຍດັງດັງຂຶ້ນ



 

หมิง ການເສີມດັງເປີດ EMMA CLINIC

8. ພັງຈາກການສີດສານແປກປອມ: ຈົນເຮັດໃຫ້ໂຄງສ້າງພາຍໃນໄດ້ຮັບການເສຍຫາຍ 

ອ່ານລີວິວແບເຕັມໆ: ລ້າງສານຜິດ ແກ້ໄຂດັງຫັກໃຫ້ສົມບູນແບບດ້ວຍເທັກນິກໂຄງສ້າງກະດູກທີ່ປອດໄພ 100% Safe Structure ແກ້​ດັງແບບໂອເພ່ນ Open Reconstruction 



ลิซ่า ການເສີມດັງເປີດ EMMA CLINIC

9. ປາຍດັງບາງຈາກການແກ້ດັງມາຫລາຍເທື່ອ: ສ່ຽງຕໍ່ການທະລຸໃນອະນາຄົດ ການເສີມດັງແບບໂອເພ່ນມີເຕັກນິກປາຍປາສະຈາກຊິລິໂຄນ ຊ່ວຍເພີ່ມຄວາມປອດໄພ ແລະ ຊົງເບິ່ງລະມຸນໄດ້ຫລາຍຍິ່ງຂຶ້ນ 

ອ່ານລີວິວແບບເຕັມໆ: ແກ້ເສີມດັງໂອເພ່ນ ປັບການອຽງດັງ ຫຼຸດຂະໜາດຂອງດັງໃຫ້ສວຍ ເປັນທໍາມະຊາດ ເຕັກນິກ Open Reconstruction



 

ອ່ານເພີ່ມເຕີມ: ເສີມດັງແບບໂອເພ່ນ ບັນຫາດັງໃດສາມາດແກ້ໄຂໄດ້?

ລີວິວເສີມດັງແບບໂອເພ່ນ

CONSULT WITH A DOCTOR OR BEAUTY CONSULTANT

CONSULT WITH A DOCTOR OR BEAUTY CONSULTANT.

088 559 4466 ການເສີມດັງເປີດ EMMA CLINIC
line ການເສີມດັງເປີດ EMMA CLINIC
facebook messenger ການເສີມດັງເປີດ EMMA CLINIC

ຂໍ້ດີຂອງການເສີມດັງແບບໂອເພ່ນປັບໂຄງສ້າງ ທີ່
Emma Clinic

ทีมแพทย์-EMMA-CLINIC-Mobile
ทีมแพทย์ EMMA CLINIC

Emma Clinic ມີແພດຜ່າຕັດຜູ້ຊ່ຽວຊານສະເພາະດ້ານ
(Rhinoplasty Specialist)

ພ້ອມໃຫ້ບໍລິການທັງເສີມດັງຜູ້ຊາຍ ແລະ ຜູ້ຍິງ ມີສະຖານທີ່ ແລະ ຫ້ອງຜ່າຕັດມາດຕະຖານທຽບເທົ່າລະດັບໂຮງໝໍ ຊຶ່ງການເສີມດັງແບບໂອເພ່ນ ຈະຊ່ວຍແກ້ໄຂບັນຫາດັງຂອງສາວໆ ໃນສ່ວນທີ່ຕ້ອງການແກ້ໄຂ ແລະ ເພີ່ມໃຫ້ສ່ວນທີ່ດີຢູ່ແລ້ວປັບໃຫ້ລົງໂຕ ແລະ ງາມຍິ່ງຂຶ້ນ

ດ້ວຍການປະເມີນ ວິເຄາະຢ່າງລະອຽດພິຖິພິຖັນຖືກຈຸດເຄສຕໍ່ເຄສ ອອກແບບຊົງດັງໃຫ້ເຂົ້າກັບໃບໜ້າຂອງແຕ່ລະບຸກຄົນ ແລະ ໃຊ້ເຕັກນິກເສີມດັງແບບໂອເພ່ນໃນການປັບໂຄງສ້າງດັງ ເພື່ອໃຫ້ໄດ້ດັງທີ່ງາມເຂົ້າກັບໃບໜ້າ ເບິ່ງຄືທຳມະຊາດ ຊ່ວຍໃຫ້ທ່ານດູດີຂຶ້ນໃນແບບຂອງຕົນເອງ

1. ວິເຄາະບັນຫາ ແລະ ຜ່າຕັດຢ່າງຖືກຕ້ອງ

ເອມມ່າ ຄີຣນິກ ມີແພດຜ່າຕັດປະສົບການສູງທີ່ມີຄວາມຊັດເຈນໃນການຜ່າຕັດ ແລະ ຄຳນຶງຖຶງຄວາມປອດໄພເປັນຫລັກ ແລະ ຊ່ວຍປະເມີນ ວິເຄາະ ພ້ອມອອກແບບຊົງດັງຮ່ວມກັບຄວາມຕ້ອງການຂອງຜູ້ຮັບບໍລິການ ໃຫ້ເໝາະສົມໃນແຕ່ລະບຸກຄົນໄດ້ຢ່າງຖືກຈຸດ

2. ໄດ້ຜົນຮັບຖາວອນ ປອດໄພໃນໄລຍະຍາວ

ເຮົາດູແລ ແລະ ໃສ່ໃຈເປັນຢ່າງດີ ພິຖີພິຖັນ ປັບແກ້ໄຂບັນຫາຢ່າງຖືກຈຸດ ຊັດເຈນ ດ້ວຍເຕັກນິກພິເສດຂອງເອມມ່າຄີຣນິກຫລັງເຮັດຜົນຮັບຢູ່ໄດ້ຕະຫລອດຊີວິດ ເມື່ອເວລາຜ່ານໄປຊົງດັງຈະບໍ່ເສຍຮູບ ຍັງຄົງເປັນຊົງງາມໄດ້ຢ່າງດີ

3. ມີຄວາມທຳມະຊາດ ເໝາະສົມເຂົ້າກັບໃບໜ້າ

ທຸກເຄສທ່ານໝໍອອກແບບຊົງດັງເຄສຕໍ່ເຄສ ແລະ ແກ້ໄຂຈົບບັນຫາໂຄງສ້າງດັງເດີມໄດ້ຢ່າງຄົບຖ້ວນ ໂດຍຄຳນຶງຖຶງຄວາມເປັນທຳມະຊາດ ແລະ ຄວາມສົມດຸນ ສັດສ່ວນເຂົ້າກັບໃບໜ້າຂອງຜູ້ຮັບບໍລິການ ເພື່ອໃຫ້ໄດ້ຜົນຮັບທີ່ດີທີ່ສຸດ

4. ແກ້ໄຂບັນຫາໂຄງສ້າງໄດ້ຖືກຈຸດ ຕອບໂຈດທຸກບັນຫາດັງ

ດ້ວຍເຕັກນິກ Emma Open Reconstruction ຕອບໂຈດເສີມດັງຜູ້ຊາຍ ແລະ ຜູ້ຍິງ ເປັນເຕັກນິກທີ່ສາມາດແກ້ໄຂຮູບແບບບັນຫາຂອງດັງໄດ້ຄວບຄຸມຄົບຮູບແບບ ເຊັ່ນ ບັນຫາດັງສັ້ນ ດັງຄົດອຽງ ດັງເນື້ອນ້ອຍຫລາຍ ດັງໜາ ດັງຄືໝາກຈຽງ ຖານກະດູກກວ້າງ ແກ້ດັງມາຫລາຍເທື່ອ ດັງລົ້ມ ດັງຊຸດ ໝັ້ນໃຈໄດ້ເລີຍວ່າການເຮັດດັງໂອເພ່ນທີ່ Emma Clinic ຈະເຮັດໃຫ້ທ່ານງາມປອດໄພໃນໄລຍະຍາວແນ່ນອນ

CONSULT WITH A DOCTOR OR BEAUTY CONSULTANT

CONSULT WITH A DOCTOR OR BEAUTY CONSULTANT.

088 559 4466 ການເສີມດັງເປີດ EMMA CLINIC
line ການເສີມດັງເປີດ EMMA CLINIC
facebook messenger ການເສີມດັງເປີດ EMMA CLINIC
เจาะลึก จมูกโอเพ่น ลาว 07 ການເສີມດັງເປີດ EMMA CLINIC

ຂັ້ນຕອນການຮັບບໍລິການ ເສີມດັງແບບໂອເພ່ນ
ປັບໂຄງສ້າງດັງ ທີ່ Emma Clinic

  • ປຶກສາແພດ ປະເມີນ ເພື່ອປະເມີນບັນຫາ ແລະ ເຂົ້າໃຈຄວາມຕ້ອງການຂອງຄົນໄຂ້ 
  • ຈອງຄິວລົງນັດວັນຜ່າຕັດ ເພື່ອກຽມຕົວໃນການຮັບການຜ່າຕັດ
  • ກວດສຸຂະພາບ ເພື່ອປະເມີນຄວາມພ້ອມຮ່າງກາຍຂອງຄົນໄຂ້
  • ກຽມຕົວ ແລະ ກວດສອບຄວາມພ້ອມຂອງຜູ້ຮັບບໍລິການ ໃນຫ້ອງປອດເຊື້ອ
  • ດົມຢາໂດຍແພດວາງຢາສະຫລົບ ຈະໃຫ້ຄວາມປອດໄພຢ່າງໃກ້ຊິດຕະຫລອດເວລາໃນການຜ່າຕັດ
  • ຜ່າຕັດ ແພດຈະເຮັດການຜ່າຕັດ ໂດຍໃຊ້ເວລາປະມານ 2-4 ຊົ່ວໂມງ
  • ພັກຟື້ນຫລັງຈາກຜ່າຕັດແລ້ວ ຄົນໄຂ້ຕ້ອງນອນພັກຟື້ນກ່ອນ 1-2 ຊົ່ວໂມງ ຫລື ຈົນກວ່າອາການຈະດີຂຶ້ນ
  • ປະເມີນອາການຫລັງຜ່າຕັດ ແພດວາງຢາສະຫລົບຈະປະເມີນອາການໃຫ້ປອດໄພທຸກຢ່າງ ຈື່ງສາມາດກັບບ້ານໄດ້

ການຕິດຕາມຜົນ ພົບແພດຫລັງຜ່າຕັດເພື່ອຕິດຕາມຜົນ ຖອດເຝືອກ 7 ມື້  14 ມື້ ແລະ 1 ເດືອນ

CONSULT WITH A DOCTOR OR BEAUTY CONSULTANT

CONSULT WITH A DOCTOR OR BEAUTY CONSULTANT.

088 559 4466 ການເສີມດັງເປີດ EMMA CLINIC
line ການເສີມດັງເປີດ EMMA CLINIC
facebook messenger ການເສີມດັງເປີດ EMMA CLINIC
เจาะลึก จมูกโอเพ่น ลาว 08 ການເສີມດັງເປີດ EMMA CLINIC

ຂັ້ນ​ຕອນ​ຂອງ​ການ​ດູ​ແລ​
ຫຼັງຈາກວຽກດັງໂອເພ່ນ Emma Care

1.ໃຫ້ຂໍ້ມູນຫລັງຮັບບໍລິການເສີມດັງແບບໂອເພ່ນ

ຂໍ້ມູນການດູແລຈຳເປັນຢ່າງຍິ່ງທີ່ຕ້ອງປະຕິບັດຕາມຢ່າງເຄັ່ງຄັດ ຫລັງການບໍລິການຜ່າຕັດ ຈະເປັນຊ່ວງທີ່ຕ້ອງດູແລແຜໃນຕຳແໜ່ງຕ່າງໆ ພ້ອມມາເຊັກກວດຕາມນັດໝາຍຕາມທີ່ແພດລະບຸ

2.ຂັ້ນຕອນນັດໝາຍຫລັງບໍລິການ

ທາງຄີຣນິກຈະເຮັດການນັດໝາຍສີດຢາຫລຸດບວມ ຖອດເຝືອກ ແລະ ຕັດໄໝຕາມລຳດັບ ໂດຍມີເຈົ້າໜ້າທີ່ຜູ້ຊ່ຽວຊານເປັນຜູ້ໃຫ້ບໍລິການຕາມນັດໝາຍທີ່ລະບຸໄວ້

3.ການດູແລຫລັງຜ່າຕັດ

ດ້ວຍບັນຫາການແກ້ໄຂດັງ ໃນແຕ່ລະບຸກຄົນມີຄວາມແຕກຕ່າງກັນໄປຕາມບັນຫາເດີມ ແລະ ການໃຊ້ເຕັກນິກຕ່າງໆ ດັ່ງນັ້ນ ຫລັງການຜ່າຕັດເພື່ອໃຫ້ອາການບວມຫລຸດລົງຢ່າງວ່ອງໄວ ຈຶ່ງຈຳເປັນທີ່ຈະໃຫ້ຄຳແນະນຳເລື່ອງການໃຊ້ເຄື່ອງມືອຸປະກອນການດູແລຕ່າງໆ ທຣີດເມັ້ນ ຫລື ອື່ນໆ ເພີ່ມເຕີມຕາມຄວາມເໝາະສົມຂອງແຕ່ລະບຸກຄົນ

4.ການຕິດຕາມຜົນໂດຍແພດ

ແພດຜ່າຕັດຜູ້ຊ່ຽວຊານທີ່ໃຫ້ການຮັກສາຈະຕິດຕາມກວດສອບຜົນຮັບຫລັງເຮັດ ພ້ອມໃຫ້ຄຳປຶກສາກັບຜູ້ຮັບບໍລິການໂດຍຕົງ

เจาะลึก จมูกโอเพ่น ลาว 09 ການເສີມດັງເປີດ EMMA CLINIC
เจาะลึก จมูกโอเพ่น ลาว 10 ການເສີມດັງເປີດ EMMA CLINIC

ຄຳແນະນຳການປະຕິບັດຕົວ
ກ່ອນເຂົ້າຮັບການຜ່າຕັດດົມຢາສະຫລົບ

    1. ງົດອາຫານ ນົມ ນຳ້ ແລະ ເຄື່ອງດື່ມທຸກຊະນິດກ່ອນການຜ່າຕັດຢ່າງໜ້ອຍ 8 ຊົ່ວໂມງ
    2. ງົດການຜ່າຕັດໃນຊ່ວງທີ່ເປັນຫວັດ ໄອ ເປັນໄຂ້ ຫລື ເຈັບປ່ວຍ
    3. ຫລີກລ່ຽງການຜ່າຕັດໃນຊ່ວງມີປະຈຳເດືອນ
    4. ສວມເສື້ອເຊີດຫລົມໆ ມີກະດຸມດ້ານໜ້າທີ່ສະດວກຕໍ່ການປ່ຽນເສື້ອຜ້າ ແລະ ໃສ່ເກີບສົ້ນຕຳ່ມາໃນມື້ຜ່າຕັດ 
    5. ງົດສູບຢາ ແລະ ເຄື່ອງດື່ມແອວກໍຣຮໍ ຢ່າງໜ້ອຍ 2 ອາທິດ 
    6. ງົດໃສ່ຄອນແທັກເລນ ແຂ້ວປອມ (ຖ້າປົດໄດ້) ຫລື ຫາກມີແຂ້ວໂຍກ ແຂ້ວຄອບ ຄວນແຈ້ງແພດວາງຢາສະຫລົບ ຫລື ພະຍາບານຮັບຊາບ ແລະ ບໍ່ນຳເຄື່ອງມີຄ່າຕິດຕົວມາ 
    7. ລ້າງສີເລັບນິ້ວມື-ຕີນ ຊຳລະຮ່ງກາຍໃຫ້ສະອາດໃນຄືນກ່ອນມື້ຜ່າຕັດ ແລະ ງົດທາໂລຊັ້ນ ຫລື ແຕ່ງໜ້າມາໃນມື້ນັດຜ່າຕັດ
    8. ປົດເຄື່ອງປະດັບທຸກຊະນິດອອກກ່ອນເຂົ້າຮັບການຜ່າຕັດ
    9. ແນະນຳໃຫ້ມີພີ່ນ້ອງມານຳໃນມື້ຜ່າຕັດ ແລະ ຄວນມີຄົນດູແລຜູ້ປ່ວຍຫລັງຜ່າຕັດຢ່າງໃກ້ຊິດ 24 ຊົ່ວໂມງແລກຫລັງຜ່າຕັດງົດຂັບຂີ່ຍານພາຫະນະ ຫລື ເຮັດວຽກກັບເຄື່ອງຈັກໃດໆ ພາຍໃນ 24 ຊ່ວໂມງຫລັງຜ່າຕັດ
    10. ຕ້ອງໄດ້ຮັບການກວດສຸຂະພາບເພື່ອກຽມຄວາມພ້ອມ ແລະ ຄວາມປອດໄພໃນການຜ່າຕັດ
    11. ງົດຮັບປະທານອາຫານເສີມກຸ່ມວິຕາມິນອີ ນຳ້ມັນຕັບປາ ທຸກຊະນິດ ກ່ອນເຂົ້າຮັບການຜ່າຕັດຢ່າງໜ້ອຍ 1 ອາທິດ ເພື່ອຫລຸດອາການເລືອດໄຫລຢຸດຊ້າ
    12. ກໍລະນີມີໂລກປະຈຳຕົວ ແພ້ຢາ ຄວນແຈ້ງໃຫ້ແພດຮູ້ ສ່ວນຂອງຢາທີ່ຮັບປະທານເປັນປະຈຳ ຜູ້ປ່ວຍຕ້ອງຮັບປະທານຢາຢ່າງຕໍ່ເນື່ອງຈົນເຖິງເຊົ້າມື້ຜ່າຕັດ ໄດ້ແກ່ ຢາຫລຸດຄວາມດັນເລືອດສູງ ຢາຕ້ານໄທລອຍຮໍໂມນ ຢາຂະຫຍາຍຫລອດລົມ ຢາຂະຫຍາຍຫລອດເລືອດຫົວໃຈ 
    13. ຢາທີ່ແຈ້ງງົດກ່ອນການຜ່າຕັດ (ຄວນປຶກສາແພດເຈົ້າຂອງຜູ້ກ່ຽວ ແລະ ແພດວາງຢາສະຫລົບກ່ອນ) ໄດ້ແກ່ 

    -ຢາຮັກສາໂລກເບົາຫວານ ຄວນງົດເຊົ້າມື້ຜ່າຕັດ

    -ຢາຕ້ານການແຂງຕົວຂອງເລືອດ ເຊັ່ນ ແອສໄພລິນ ຄວນງົດ 7-10 ມື້ ກ່ອນການຜ່າຕັດ ເພື່ອຊ່ວຍຫລຸດໂອກາດການເກີດອາການເລືອດຄັ່ງບໍລິເວນດັງ

    1. ງົດຮັບປະທານຂອງໝັກດອງ ແລະ ອາຫານທະເລ 1 ອາທິດ ກ່ອນການຜ່າຕັດເພື່ອຊ່ວຍຫລຸດອາການບວມ ເພາະອາຫານກຸ່ມນີ້ຈະມີໂຊດຽມຫລາຍ ເຮັດໃຫ້ເກີດການບວມໄດ້ງ່າຍ 


artweb3ลาว ການເສີມດັງເປີດ EMMA CLINIC

ວິທີດູແລຕົນເອງ
ຫລັງຜ່າຕັດເສີມດັງປອດໄພ

    1. ປົດອັນຄຳ້ດັງ ຫລັງຜ່າຕັດ 24 ຊົ່ວໂມງ ທີ່ຄີຣນິກ
    2. ມາລ້າງແຜ ແລະ ໃຫ້ຢາຂ້າເຊື້ອ ຫລັງຜ່າຕັດ 2 ມື້ ທີ່ຄີຣນິກ
    3. ປົດເຝືອກດັງຫລັງຄົບ 7 ມື້ ທີ່ຄີຣນິກ
    4. ວັນທີ 14 ນັດຕັດໄໝ+ນັດກວດ (ຂຶ້ນຢູ່ກັບແພດພິຈາລະນາ)
    5. ຫລີກລ່ຽງການຖືກນຳ້ທີ່ບໍລິເວນແຜຜ່າຕັດ
    6. ກິນຢາຕາມແພດສັ່ງຢ່າງຕໍ່ເນື່ອງ
    7. ວັນທີ 1-3 ປະຄົບເຢັນ+ນອນໝອນສູງເພື່ອຫລຸດອາການບວມຊຳ້ ແລະ ປະຄົບອຸ່ນຕໍ່ຈົນກວ່າອາການບວມຊຳ້ຈະດີຂຶ້ນ ແລະ ພະຍາຍາມຫລີກລ່ຽງການປະຄົບທີ່ເຢັນ ຫລື ຮ້ອນຈັດເກີນເພາະອາດເຮັດໃຫ້ຜິວໜັງບໍລິເວນປະຄົບເສຍຫາຍເປັນສີແດງແສບໄດ້ 
    8. ລ້າງແຜທຸກມື້ຈົນເຖິງມື້ຕັດໄໝ
    9. 1 ເດືອນທຳອິດ ງົດອາຫານໝັກດອງ ກະປິ ປາແດກ ວິຕາມິນ ອາຫານເສີມ ແອວກໍຣຮໍ ແລະ ຢາສູບ ເພື່ອປ້ອງກັນແຜຄັນ ແຜນູນ ແລະ ແຜອັກເສບ 
    10. ຫາກມີອາການຜິດປົກກະຕິ ເຊັ່ນ ແຜອັກເສບບວມແດງ ມີໄຂ້ ໃຫ້ຮີບຕິດຕໍ່ທາງຄີຣນິກທັນທີ
    11. ວັນທີ 7, 14, 30 ນັດກວດເຊັກອາການ
    12. ງົດແຕ່ງຫນ້າຫລັງການຜ່າຕັດ 14 ມື້
เจาะลึก จมูกโอเพ่น ลาว 03 ການເສີມດັງເປີດ EMMA CLINIC

4 ຂໍ້ຄວນຮູ້ເສີມດັງຢູ່ໃສດີ
ຕັດສິນໃຈຄັ້ງນີ້ບໍ່ມີພາດ

ຫລັງຈາກທີ່ຮູ້ຈັກ ແລະ ເຂົ້າໃຈເຕັກນິກການເສີມດັງແບບໂອເພ່ນທັງໝົດແລ້ວ ສິ່ງທີ່ສຳຄັນອັນດັບຕໍ່ມາຄື ການອອກແບບຊົງດັງ

ທີ່ງາມເຂົ້າກັບໃບໜ້າ ລວມເຖິງຄວາມປອດໄພທີ່ຈະໝັ້ນໃຈໄດ້ວ່າຈະງາມແບບໄລຍະຍາວໄດ້ແທ້ໆ ສິ່ງທີ່ສາວໆ ຄວນຄຳນຶງຕໍ່ໄປຄື ເຮົາຄວນຈະເສີມດັງຢູ່ໃສດີ ທີ່ຈະໄດ້ຜົນຮັບທີ່ເພິ່ງພໍໃຈແບບຢັ້ງຢືນ ຊຶ່ງໄດ້ຮວບຮວມຂໍ້ມູນມາໃຫ້ສາວໆທຸກຄົນແລ້ວກັບ “4 ຂໍ້ຄວນຮູ້ ເສີມດັງຢູ່ໃສດີ ຕັດສິນໃຈຄັ້ງນີ້ບໍ່ມີພາດ” ການຕັດສິນໃຈເສີມດັງຢູ່ໃສດີຄວນຈະພິຈາລະນາຈັງໃດແດ່ ມາເບິ່ງກັນເລີຍ

1.ແພດຜ່າຕັດຕ້ອງເປັນຜູ້ຊ່ຽວຊານສະເພາະດ້ານ (Rhinoplasty Specialist)

ທີມແພດຜ່າຕັດຂອງ Emma Clinic ເປັນແພດສະເພາະທາງດ້ານສັນຍະກຳຕົບແຕ່ງໂດຍສະເພາະ ທ່ານໝໍສາມາດໃຫ້ຄຳປຶກສາຕັ້ງແຕ່ການວິເຄາະ ປະເມີນ ການໃຊ້ເຕັກນິກທີ່ເໝາະສົມ ເພື່ອແກ້ໄຂບັນຫາ ແລະ ຕອບໂຈດຄວາມຕ້ອງການຂອງຜູ້ຮັບບໍລິການ ມີການຕິດຕາມຜົນຮັບຫລັງເຮັດຈົນເຖິງຂັ້ນຕອນສຸດທ້າຍຢ່າງເອົາໃຈໃສ່

2.ຕ້ອງໄດ້ຮັບການດົມຢາສະຫລົບໂດຍແພດວາງຢາສະຫລົບເພື່ອຄວາມປອດໄພລະຫວ່າງການຜ່າຕັດ

ການເສີມດັງເຕັກນິກ Open Reconstruction ເປັນເຕັກນິກເສີມດັງ ປັບໂຄງສ້າງຂັ້ນສູງ ຈຶ່ງຈຳເປັນຢ່າງຍິ່ງທີ່ຕ້ອງໃຊ້ແພດວາງຢາສະຫລົບໃນການຄວບຄຸມການໃຫ້ຢາລະງັບຄວາມຮູ້ສຶກ ແລະ ຢາແກ້ປວດ ໂດຍຈະດູແລຜູ້ຮັບບໍລິການຢ່າງໃກ້ຊິດ ປອດໄພ ໄຮ້ກັງວົນຕັ້ງແຕ່ກ່ອນເຂົ້າຮັບບໍລິການຈົນສຳເລັດຂັ້ນຕອນການພັກຟື້ນຫລັງຜ່າຕັດ ຊຶ່ງທີ່ Emma Clinic ກໍໃຫ້ຄວາມສຳຄັນກັບເລື່ອງນີ້ ຈຶ່ງມີແພດວາງຢາສະຫລົບຖ້າດູແລຄົນໄຂ້ຕະຫລອດການຜ່າຕັດ

3.ມາດຕະຖານຫ້ອງຜ່າຕັດຕ້ອງທຽບເທົ່າໂຮງໝໍ

ຫ້ອງຜ່າຕັດທີ່ໄດ້ຮັບມາດຕະຖານຈຳເປັນຕ້ອງຄຳນຶງເຖິງຄວາມປອດໄພຂອງຜູ້ຮັບບໍລິການເປັນຫລັກ ດັ່ງນັ້ນ ສະຖານທີ່ ແລະ ອຸປະກອນພາຍໃນຫ້ອງຜ່າຕັດຂອງ ເອມມ່າ ຄີຣນິກ ຈຶ່ງມີເຄື່ອງມືອຸປະກອນທາງການແພດທີ່ທັນສະໄໝ ແລະ ຜ່ານມາດຕະຖານການກວດສອບຈາກກົມການແພດ ເພື່ອຄວາມປອດໄພສູງສຸດແກ່ຜູ້ຮັບບໍລິການ

4.ການດູແລ ແລະ ການຕິດຕາມຜົນຢ່າງໃສ່ໃຈຈາກຄີຣນິກ

Emma Clinic ໃສ່ໃຈທຸກຂັ້ນຕອນໃນການໄດ້ດູແລຄົນໄຂ້ ມີການຕິດຕາມຜົນໂດຍແພດເຈົ້າຂອງເຄສ ໂດຍຜູ້ດູແລຈະຖ້າໃຫ້ຂໍ້ມູນການນັດໝາຍ ຕິດຕາມຜົນ ຫລັງການຮັບບໍລິການຢ່າງໃກ້ຊິດພ້ອມໃຫ້ຄຳແນະນຳຢ່າງລະອຽດກ່ອນ ແລະ ຫລັງຮັບບໍລິການທັງການດູແລແຜ ແລະ ໃຫ້ຂໍ້ມູນການຮັກສາຫລັງບໍລິການ

4 ຂໍ້ນີ້ຄວນເປັນປັດໄຈຫລັກທີ່ສາວໆ ພິຈາລະນາວ່າຈະເສີມດັງຢູ່ໃສດີ ເຖິງວ່າໃນປັດຈຸບັນຈະມີຫລາຍຄີຣນິກໃຫ້ເລືອກ ແຕ່ບໍ່ຄວນເລືອກຈາກລາຄາ ຫລື ໂປຣໂມຊັ່ນເປັນຫລັກ ສິ່ງທີ່ຄວນພິຈາລະນາແທ້ໆ ຄື ຄວາມຊ່ຽວຊານຂອງແພດຜ່າຕັດ ຄວາມປອດໄພລະຫວ່າງຜ່າຕັດ ອຸປະກອນທາງການແພດທີ່ທັນສະໄໝຜ່ານມາດຕະຖານ ລວມໄປເຖິງບໍລິການຫລັງຜ່າຕັດທີ່ເບິ່ງແຍງດູແລຢ່າງໃກ້ຊິດ ເພື່ອຜົນຮັບທີ່ເພິ່ງພໍໃຈ ເຂົ້າກັບຮູບໜ້າ ແລະ ເປັນການເສີມດັງປອດໄພ ບໍ່ມີບັນຫາໃຫ້ກັງວົນໃນພາຍຫລັງນັ້ນເອງ

CONSULT WITH A DOCTOR OR BEAUTY CONSULTANT

CONSULT WITH A DOCTOR OR BEAUTY CONSULTANT.

088 559 4466 ການເສີມດັງເປີດ EMMA CLINIC
line ການເສີມດັງເປີດ EMMA CLINIC
facebook messenger ການເສີມດັງເປີດ EMMA CLINIC

ຄຳຖາມຍອດຮິດ
ກ່ອນເສີມດັງໂອເພ່ນປັບໂຄງສ້າງSS Safe Structure

เจาะลึก จมูกโอเพ่น ลาว 11 ການເສີມດັງເປີດ EMMA CLINIC
ອາຍຸເທົ່າໃດເຖິງຈະສາມາດເສີມດັງ Open ໄດ້?
เจาะลึก จมูกโอเพ่น ลาว 12 ການເສີມດັງເປີດ EMMA CLINIC
ດັດແຂ້ວຍັງບໍ່ແລ້ວ ສາມາດເສີມດັງປອດໄພໄດ້ບໍ່?

ຄຳຖາມຍອດຮິດ
ຫລັງເສີມດັງແບບໂອເພ່ນ ປັບໂຄງສ້າງSS Safe Structure

เจาะลึก จมูกโอเพ่น ลาว 13 ການເສີມດັງເປີດ EMMA CLINIC
ລ້າງໜ້າໄດ້ມື້ໃດ ລ້າງໜ້າຈັງໃດດີຫລັງເສີມດັງ Open?
เจาะลึก จมูกโอเพ่น ลาว 14 ການເສີມດັງເປີດ EMMA CLINIC
ມີອາການຄັນແຜຫລັງເຮັດດັງ
เจาะลึก จมูกโอเพ่น ลาว 15 ການເສີມດັງເປີດ EMMA CLINIC
ເຮັດດັງໂອເພ່ນ ຢືດຜະນັງກັ້ນດັງ Safe Structureສຳເລັດແລ້ວກິນໄຂ່ໄດ້ບໍ່?
เจาะลึก จมูกโอเพ่น ลาว 16 ການເສີມດັງເປີດ EMMA CLINIC
ຫລັງການເສີມດັງແບບໂອເພ່ນ ສາມາດລອຍນຳ້ ຫລື ຫລິ້ນນຳ້ທະເລໄດ້ ຫລື ບໍ່?